Monday, September 15, 2008

ການໃຊ້ຄຳສັ່ງ apt-get ເພື່ອຕິດຕັ້ງ package

ຄຳສັ່ງ apt-get ຄືຄຳສັ່ງເອີ້ນຫາ ໄຟສ .deb ອາດຄືກັນກັບ dpkg ຫລັກການເຮັດວຽກຄືລະບຸໄຟສປາຍທາງຄືໃນ /etc/apt/sources.list ເມື່ອເຮົາ apt-get install package ໃດ໋ຫນື່ງ ແລ້ວມັນຈະໄປເກັບໄວ້ທີ່ /var/cache/apt/archives/
ເຊີ່ງສາມາດໃຊ້ dpkg ຕິດຕັ້ງໃຫມ່ໄດ້ອີກເທື່ອຖ້າມັນຢັງມີຢູ່ໃນ /var/cache/apt/archives/


ການໃຊ້ຄຳສັ່ງ apt-get
sudo apt-get update ອັບເດດຖານຂໍ້ມູນທັງຫມົດເມື່ອມີການປ່ຽນແປງ /etc/apt/sources.list

sudo apt-cache search ຄົ້ນຫາແພັກເກດທີ່ຕ້ອງການຕິດຕັ້ງ

sudo apt-get install ດາວໂຫລດແລະຕິດຕັ້ງ

sudo apt-get remove ລຶບpackageທີ່ໄດ້ຕິດຕັ້ງໄປ

sudo apt-get -d install ດາວໂຫລດ package ແລະໄປໄວ້ທີ່ /var/cache/apt/archives ແຕ່ບໍຕິດຕັ້ງ

sudo apt-cache show ສະແດງຂໍ້ມູນລາຍລະອຽດຂອງ package

sudo apt-get upgrade ກວດເບີ່ງວ່າ package ທີ່ຕິດຕັ້ງໄປມີໂຕໃດ໋ອັບເດດບໍຫລັງຈາກນັ້ນຈະຖາມວ່າຕ້ອງການອັບເກດບໍ

sudo apt-get dist-upgrade ອັບເກດລະບົບທັງຫມົດເຊັ່ນປ່ຽນຈາກ 7.10 ເປັນ 8.04

sudo apt-get autoclean ລຶບ package ທີ່ດາວໂຫລດມາບໍສົມບູນຫລື package ທີ່ບໍໄດ້ຕິດຕັ້ງແລ້ວ

sudo apt-get clean ລຶບທຸກ package ທີ່ດາວໂຫລດມາເກັບຢູ່ໃນ /var/cache/apt/archives

sudo apt-get -f install ກໍລະນີທີ່ມີຄວາມຜິດພາດເກີດຂື້ນໃນຂະນະທີ່ກຳລັງຕິດຕັ້ງ package ເຊັ່ນ ສັ່ງຍົກເລີກຫລືໄຟດັບ
ແລ້ວໃຊ້ຄຳສັ່ງ apt-get install ແລ້ວມີຂໍ້ຄວາມ error ສາມາດໃຊ້ຄຳສັ່ງ apt-get -f install ຊ່ອຍແກ້ບັນຫາໄດ້

sudo apt-config -v ສະແງເວີ່ຊັ້ນແລະລາຍລະອຽດຂອງ APT utilities

sudo apt-cache stats ສະແດງສະຖິຕິຂອງpackageທີ່ຕິດຕັ້ງໄປແລ້ວທັງຫມົດ

sudo apt-cache depends ເບີ່ງ package ທີ່ຂື້ນຕໍກັນຂອງ package ທີ່ຈະຕິດຕັ້ງ

sudo apt-cache pkgnames ສະແດງ package ທັງຫມົດທີ່ໄດ້ຕັ້ງໄປ

No comments: