Tuesday, September 16, 2008

Mount hard drive on ubuntu


















ໃຜຫລາຍໆຄົນທີ່ໃຊ້ linux ຄືດັ່ງຂ້າພະເຈົ້າ ໃຊ້ອູບຸນຕຸຄືຊິເຄີຍເຫັນ ເວລາເຮົາມີ
hard drive ທີ່ໃຊ້ເກັບຂໍ້ມູນເປັນ Ntfs ຫລື Fat ແລ້ວມັນເປີດບໍຂື້ນ

ມື້ນີ້ຂ້າພະເຈົ້າມີວິທີງ່າຍໆມາບອກ

ສັ່ງ Format ໃຫ້ເປັນ EXT ໂຫລດ ວະຮະຮ່າ.....



ເວົ້າຫລີ້ນຊື່ມາເຂົ້າເລື່ອງກັນເທາະ




ຂໍ້ຄວາມທີ່ມັນສະແດງຂື້ນມາຈະປະມານນີ້


ເປັນຫຍັງບໍເຫັນ ເຫີ່ເຫີ່

ໃຫ້ກົດເບີ່ງ details

ແລ້ວເບີ່ງຂໍ້ຄວາມທີ່ວ່າ /dev/sda ມັນຈະເປັນຄ່າຂອງພາຊິຊັ້ນຂອງທ່ານອາດຈະເປັນ /dev/sda1 ຫລື /dev/sdb2 ອັນນີ້ກໍຂື້ນກັບພາຊິຊັ້ນຂອງທ່ານ ຈື່ໄວ້ດີໆ
ໃນນີ້ຈະແທນໂດຍ sdaX




ປະມານນີ້

ຈາກນັ້ນກໍເຂົ້າ terminal @ Application >accessories >terminal

ພິມ

sudo su

ຕໍດ້ວຍ

mkdir /media/disk (ໃຫ້ເບີ່ງຂໍ້ຄວາມທີ່ຟ້ອງຂື້ນວ່າແມ່ນ diskຫຍັງ) ໃນນີ້ແທນດ້ວຍ diskX

ຕໍໄປ

ກໍລະນີພາຕິຊັ້ນເປັນ NTFS ໃຫ້ໃສ່

mount -t ntfs-3g /dev/sdaX /media/diskX -o force

ຖ້າເປັນ FAT ໃຫ້ໃສ່

mount -t vfat -o umask=000 /dev/sdaX /media/diskX

ຈາກນັ້ນ ubuntu ມັນກໍ່ຈະເດັ້ງຫນ້າຂອງພາຊິຊັ້ນຂື້ນມາ

ຖ້າຫາກເທື່ອຫນ້າຫລືວ່າເຮົາລີ່ສະຕາສໄປແລ້ວກັບມາມັນບໍmount ອີກເຮົາກໍມາແກ້ທີ່
ເຂົ້າ terminal ສັ່ງ

sudo gedit /etc/fstab (ຈະມີຫນ້າຫນື່ງຂື້ນມາ)
ເພີ່ມແຖວລຸ່ມນີ້ໃສ່ລຸ່ມສຸດຂອງໄຟສ

ຖ້າເປັນntfs
/dev/sdaX /media/diskX mount -t ntfs-3g -o force

ຖ້າເປັນFat
/dev/sdaX /media/diskX mount -t vfat -o umask=000

PS:: ສັງເກດດີໆ sdaX (X)ແມ່ນ ຊື່ ພາຊິຊັ້ນຂອງທ່ານ diskX (X)ແມ່ນຊື່ທີ່ທ່ານໃສ່ (1;2;3;4....)

ເປັນອັນຈົບພິທີ

No comments: