ຄົນທຸກຄົນຕ່າງກໍມີຄວາມຝັນຂອງໃຜມັນຕ່າງແຕ່ວ່າຊິຝັນໃກ້ໄກທໍນັ້ນ
ບາງຄົນເກີດມາແລ້ວຝັນໄວ້ສູງໆ ຄືກັບຂ້າພະເຈົ້ານີ້ແຫລະຝັນໄວ້ບັກໄກໆບັກສູງໆ
ຖ້າຖາມວ່າບໍຢ້ານຜິດຫວັງຫວາ ອືມ.... ກະບໍດອກ
ຝັນມີໄວ້ໃຫ້ຝັນໃຫ້ຄິດບໍແມ່ນຫວາ... ໃນຊີວິດແທ້ເຣົາກໍຕ້ອງດຳເນີນຊີວິດ
ບໍແມ່ນຕາມຄວາມຝັນແຕ່.....
ເຮັດເພື່ອຝັນ
ຖ້າມັນບໍເປັນໄປຕາມນັ້ນຢ່າງຫນ້ອຍໆເຣົາກໍໄດ້ເຣັດເພື່ອສີ່ງທີ່ເຣົາຕ້ອງການ
ຄືດັ່ງຂ້າພະເຈົ້ານີ້ແຫລະອັນວ່າຄວາມຝັນແຕ່ນ້ອຍມາແມ່ນຢາກບິນໄປອາວະກາດ...
ພໍແມ່ກະບອກຣຽນເກັ່ງໆ
ກໍຕັ້ງໃຈຣຽນເອົາແທ້ເອົາວ່າເມື່ອໃຫຍ່ມາຈົບມັດທະຍົມກະຢັງເປັນນັກຮຽນເກັ່ງຢູ່ດອກແຕ່ວ່າ.....
ມາມະຫາໄລເລີ່ມມີແນວຄິດ....ເອີ້ວະ.....ເຮົາບໍໄດ້ເກີດມາເພື່ອສີ່ງນີ້....ກ່ອນຊິຄິດກະເພາະຕອນຮຽນຢູ່ມະຫາໄລແມ່ນຮຽນຄອມພີວເຕີ້ແລະມັນແປກປະຫລາດ
ບ່ອນເອົາວິຊາເລກມາໃສ່ເອົາແທ້ເອົາວ່າແຕ່ປີຫນື່ງຮອດປີສີ່ ມັນມີເລກປະມານສິບກ່ວາວິຊາ (ນັກຮຽນຄອມກໍເລີຍມີແນວຄິດ) ບາດນີ້....ກໍເລີ່ມທໍ້ແທ້
ເອ່....ຄິດບໍອອກບອກບໍຖືກຊິເອົາແນວໃດ໋ກັບຊີວິດມັນແບບວ່າເຣົາມີຊີວິດຕໍໄປເພື່ອຫຍັງ
ເພື່ອມື້ອື່ນທີ່ດີກ່ວາແຕ່ກະບໍດີກ່ວາຈັກເທື່ອເລີຍຄິດວ່າຊາດນີ້ຄືຊິບໍໄດ້ຕາມຄວາມຝັນຂອງ
ໂຕຈັກເທື່ອດັ່ງນັ້ນກໍມີຄວາມຝັນໃຫມ່ນັ້ນຄືເປີດບໍລິສັດ ທີ່ມາຂອງມັນຫວາອືມ ກໍແບບວ່າ....
ມື້ນັ້ນນັ່ງອ່ານປະວັດຂອງຄົນລວຍໆ ຈຳພວກ ບີວເກດ ໄລນັກ ວໍເລັນ ພວກນີ້ເຂົາມີຄວາມຄິດຄວາມຝັນແລະເຮັດເພື່ອຝັນໂຕເອງ
ດັ່ງນັ້ນເຣົາເລີຍກັບມາສູ່ຝັນຂອງເຣົາຄືເກົ່າ
ແລະເທື່ອນີ້ຝັນສູງກ່ອນເກົ່ານັ້ນຄືເຮັດບໍລິສັດຊອບແວຄອມພີວເຕີ້
ແລະໄປຕາຍໃນອາວະກາດ๕๕๕๕๕๕
ນັ້ນກະຄືຄວາມຝັນອັນນ້ອຍໆຂອງຫມານຸດຜູ້ນີ້
1 comment:
ບີ້ ໄປຫາຝັນ
Post a Comment