Thursday, July 17, 2008

ເລື່ອງຂອງຄວາມຝັນ

ຄົນທຸກຄົນຕ່າງກໍມີຄວາມຝັນຂອງໃຜມັນຕ່າງແຕ່ວ່າຊິຝັນໃກ້ໄກທໍນັ້ນ
ບາງຄົນເກີດມາແລ້ວຝັນໄວ້ສູງໆ ຄືກັບຂ້າພະເຈົ້ານີ້ແຫລະຝັນໄວ້ບັກໄກໆບັກສູງໆ
ຖ້າຖາມວ່າບໍຢ້ານຜິດຫວັງຫວາ ອືມ.... ກະບໍດອກ
ຝັນມີໄວ້ໃຫ້ຝັນໃຫ້ຄິດບໍແມ່ນຫວາ... ໃນຊີວິດແທ້ເຣົາກໍຕ້ອງດຳເນີນຊີວິດ
ບໍແມ່ນຕາມຄວາມຝັນແຕ່.....


ເຮັດເພື່ອຝັນ

ຖ້າມັນບໍເປັນໄປຕາມນັ້ນຢ່າງຫນ້ອຍໆເຣົາກໍໄດ້ເຣັດເພື່ອສີ່ງທີ່ເຣົາຕ້ອງການ

ຄືດັ່ງຂ້າພະເຈົ້ານີ້ແຫລະອັນວ່າຄວາມຝັນແຕ່ນ້ອຍມາແມ່ນຢາກບິນໄປອາວະກາດ...
ພໍແມ່ກະບອກຣຽນເກັ່ງໆ

ກໍຕັ້ງໃຈຣຽນເອົາແທ້ເອົາວ່າເມື່ອໃຫຍ່ມາຈົບມັດທະຍົມກະຢັງເປັນນັກຮຽນເກັ່ງຢູ່ດອກແຕ່ວ່າ.....
ມາມະຫາໄລ
ເລີ່ມມີແນວຄິດ....ເອີ້ວະ.....ເຮົາບໍໄດ້ເກີດມາເພື່ອສີ່ງນີ້....ກ່ອນຊິຄິດກະເພາະຕອນຮຽນຢູ່ມະຫາໄລແມ່ນຮຽນຄອມພີວເຕີ້ແລະມັນແປກປະຫລາດ
ບ່ອນເອົາວິຊາເລກ
ມາໃສ່ເອົາແທ້ເອົາວ່າແຕ່ປີຫນື່ງຮອດປີສີ່ ມັນມີເລກປະມານສິບກ່ວາວິຊາ (ນັກຮຽນຄອມກໍເລີຍມີແນວຄິດ) ບາດນີ້....ກໍເລີ່ມທໍ້ແທ້
ເອ່....ຄິດບໍອອກບອກບໍຖືກຊິເອົາແນວໃດ໋ກັບຊີວິດມັນແບບວ່າເຣົາມີຊີວິດຕໍໄປເພື່ອຫຍັງ
ເພື່ອມື້ອື່ນທີ່ດີກ່ວາ
ແຕ່ກະບໍດີກ່ວາຈັກເທື່ອເລີຍຄິດວ່າຊາດນີ້ຄືຊິບໍໄດ້ຕາມຄວາມຝັນຂອງ
ໂຕຈັກເທື່ອ
ດັ່ງນັ້ນກໍມີຄວາມຝັນໃຫມ່ນັ້ນຄືເປີດບໍລິສັດ ທີ່ມາຂອງມັນຫວາອືມ ກໍແບບວ່າ....

ມື້ນັ້ນນັ່ງອ່ານປະວັດຂອງຄົນລວຍໆ ຈຳພວກ ບີວເກດ ໄລນັກ ວໍເລັນ ພວກນີ້ເຂົາມີຄວາມຄິດຄວາມຝັນແລະເຮັດເພື່ອຝັນໂຕເອງ
ດັ່ງນັ້ນເຣົາເລີຍກັບມາສູ່ຝັນຂອງເຣົາຄືເກົ່າ

ແລະເທື່ອນີ້ຝັນສູງກ່ອນເກົ່ານັ້ນຄືເຮັດບໍລິສັດຊອບແວຄອມພີວເຕີ້
ແລະໄປຕາຍໃນອາວະກາດ๕๕๕๕๕๕


ນັ້ນກະຄືຄວາມຝັນອັນນ້ອຍໆຂອງຫມານຸດຜູ້ນີ້

1 comment:

au8ust said...

ບີ້ ໄປຫາຝັນ