Parameter ກັບ Argument ມັນບໍ່ຄືກັນ ແຕ່ບາງເທື່ອເຮົາກະສັບສົນຈື່ສະຫລັບກັນໄປມາ ຮູ້ແຫລະວ່າມັນບໍ່ຄືກັນ ແຕ່ຈື່ບໍ່ໄດ້ວ່າມັນຕ່າງກັນແນວໃດ
ແຕ່ໃດມາກະບໍ່ຄ່ອຍສົນດອກວ່າມັນຕ່າງກັນແນວໃດ
Argument — ຄືຄ່າໂຕຈິງ Actual value ທີ່ຖືກສົ່ງມາຫາ function
Parameter — ຄືໂຕແປ Variable in the declaration of function ທີ່ເປັນສ່ວນຫນຶ່ງຂອງ function
ໃນ Python
Parameter: ຢູ່ຕອນປະກາດ (Define) Function (def function(parameter):).
Argument: ຢູ່ຕອນເອີ້ນໃຊ້ (Call/Invoke) Function (function(argument);).
ປຽບທຽບ: ພາຣາມີເຕີປຽບຄືກັບ "ກ່ອງໃສ່ເຄື່ອງ" ສ່ວນອາກຣິວເມັ້ນແມ່ນ "ເຄື່ອງທີ່ຢູ່ໃນກ່ອງ"
# 'a' ແລະ 'b' ຄື Parameters
def add(a, b):
return a + b
# 5 ແລະ 10 ຄື Arguments
result = add(5, 10)
No comments:
Post a Comment