ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ
ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້
application
V
kernel
V
shell
V
hardware
application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ
kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386
shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ ໃຫ້ເປັນພາສາເຄື່ອງ ນອກຈາກນີ້ແລ້ວມັນຍັງມີຄວາມສາມາດໃນການຂຽນໂປຣແກຣມ (shell script) ເຊິ່ງກໍ່ຄືການນຳເອົາຄຳສັ່ງຕ່າງໆໃນລະບົບມາຂຽນໃຫ້ເປັນ ໂປຣແກຣມນັ້ນເອງ
hardware : ອັນນີ້ຄືຊິບໍ່ຕ້ອງອະທິບາຍຫຍັງຫລາຍ ມັນກໍ່ຄືອຸປະກອນຕ່າງໆ ທີ່ປະກອບມາເປັນຄອມພິວເຕີ ນັ້ນແຫລະ ເຊັ່ນ cpu ເປັນຕົ້ນ
ນັ້ນກໍ່ຄືໂຄງສ້າງຫລັກໆ ໃນລະບົບ linux / unix ທີ່ຕ້ອງມີເພື່ອປະກອບມາເປັນລະບົບປະຕິບັດການ
No comments:
Post a Comment