ຈຣິດ ໖ ຢ່າງໃນມະນຸດ
ຈຣິດແປວ່າຈິດທ່ອງທ່ຽວ ສະຖານທີ່ທີ່ຈິດທ່ອງທ່ຽວ ຫລືອາລົມທີ່ມັກໄປຂອງຈິດນັ້ນໆ ພະພຸດທະເຈົ້າໄດ້ຕຣັດໄວ້ ຫົກປະການຄື
໑. ຣາຄະຈຣິດ ທ່ອງທ່ຽວໄປໃນອາລົມຮັກສວຍຮັກງາມ ຄື ພໍໃຈໃນຮູບງາມ ສຽງມ່ວນ ກິ່ນຫອມ ລົດແຊບ ສຳພັດອົບອຸ່ນ ມັກການມີລະບຽບ ສະອາດປານີດ ເວົ້ານົວຫົວມ່ວນ ຊັງຄວາມເປື້ອນເປິ
໒. ໂທສະຈຣິດ ມີອາລົມມັກໂກດ ໂມໂຫໂທໂສ ເປັນຄົນເຖົ້າໄວ ເວົ້າສຽງດັງ ຢ່າງແຮງ ເຮັດວຽກວຸ່ນ ແຕ່ງໂຕບໍ່ພິທີພິທັນ ເປັນຄົນໃຈຮ້ອນ
໓. ໂມຫະຈຣິດ ມີຈິດລຸ່ມລົງຝັກໃຝ່ ໃນສັບສົມບັດ ໂລບມາກໂລພາ ເຫັນແກ່ໂຕ ຢາກໄດ້ຂອງຄົນອື່ນມາເປັນຂອງໂຕ ແຕ່ບໍ່ເຄີຍຄິດໃຫ້ຄົນອື່ນ
໔. ວິຕົກຈຣິດ ມັກຄິດຫາເລື່ອງທີ່ມັນຢັງບໍ່ເກີດຂື້ນ ຕັດສິນໃຈບໍ່ເດັດຂາດ ບໍ່ກ້າຕັດສິນໃຈ ຄົນປະເພດນີ້ມັກເປັນໂລກປະສາດ ມີຫນ້າຕາມົນຫມອງບໍ່ສົດຊື່ນແຈ່ມໃສ
໕. ສັດທາຈຣິດ ມີຈິດໂນ້ມໄປໃນຄວາມເຊື່ອເປັນອາລົມປະຈຳ ເຊື່ອໂດຍບໍ່ມີເຫດຜົນ ພວກນີ້ຖືກຫລອກໄດ້ງ່າຍ ໃຜບອກເຮັດຫຍັງກໍ່ເຮັດໂດຍບໍ່ພິຈາລະນາ
໖. ພຸດທະຈຣິດ ເປັນຄົນເຈົ້າປັນຍາ ເຈົ້າຄວາມຄິດ ມີຄວາມສະຫລາດ ມີໄຫວພິບ ການຄິດອ່ານຄວາມຊົງຈຳດີ
ອາລົມທັງ ໖ ປະການນີ້ ບາງຄົນມີທັງ ໖ ຢ່າງ ບາງຄົນກໍ່ມີບໍ່ຄົບ ມີຫລາຍນ້ອຍຕາມອຳນາດວາດສະຫນາ ມາຈາງບາງອາດີດ.
ອ້າງອີງຈາກ larnbuddhism.com
No comments:
Post a Comment