Monday, September 10, 2018

ການເພີ່ມພື້ນທີ່ໃຊ້ງານຂອງ Harddisk ໃນ VM ສຳຫລັບ Linux host.

  1. ປິດ VM
  2. ເລືອກເອົາ VM ແລະ Edit Settings
  3. ເລືອກ hard disk 
  4. ຢູຝາກເບື້ອງຂວາເລືອກເອົາ provisioned size ຕາມທີ່ເຮົາຕ້ອງການ
  5. Click OK
  6. ເປີດ VM
  7. ເຂົ້າ command line Linux VM 
  8. Log in as root
  9. lists ເບິ່ງຂໍ້ມູນຂອງ disk partitions ພິມ fdisk -l
  10. ແລ້ວຈະເຫັນມັນຂຶ້ນໂຊເນື້ອທີ່ໃຫມ່ທີ່ເຮົາແອດມາ /dev/sda : xxGB
  11. ໃຊ້ຄຳສັ່ງ fdisk /dev/sda. (ຕົວຢ່າງຫາກແມ່ນ /dev/sda ຕາມທາງເທິງ )
  12. ພິມ p ເພື່ຶອປິ້ນ partition table 
  13. ພິມ n ເພື່ອແອດ partition ໃຫມ່
  14. ພິມ ເພື່ຶອເຮັດໃຫ້ເປັນ primary partition
  15. ຮອດຕອນນີ້ມັນຈະບອກໃຫ້ເລືອກເອົາ first cylinder ປະມານວ່າຕໍ່ຈາກນ້ຳເບີສຸດທ້າຍຂອງ last partition (ex: /dev/sda3 ສຸດຢູ່ທີ່ 1000).  ແລ້ວເຮົາເລືອກເອົາ 1001 ສຳຫລັບ first cylinder, fdisk ລຸ້ນໃຫມ່ໆອາດລີສອອກມາໃຫ້ເລີຍບໍ່ຕ້ອງພິມເອງ
  16. ຖ້າຫາກເຮົາຕ້ອງເອົາທັງຫມົດເພື້ອນທີ່ ທີ່ເຮົາ allocated, ໃຫ້ເລືອກເອົາ default value ສຳຫລັບ last cylinder.
  17. ພິມ ເພື່ອ save 
  18. Restart VM
  19. Log back in as root
  20. ພິມ fdisk -l. ເຮົາຈະເຫັນມັນຂຶ້ນມາເປັນ sda4.
  21. ເຮົາຕ້ອງ initialize partition ໃຫມ່ນີ້ໃຫ້ເປັນ physical volume ເຮົາສາມາດຈັດການໃຫມ່ໄດ້ໃນພາຍຫລັງໂດຍໃຊ້ Logical Volume Manager (LVM).
  22. ຖ້າເຮົາຕ້ອງການແອດ physical volume ໄປໃສ່ volume group ປະຈຸບັນ ໂດຍໃຊ້ vgextend command. ທຳອິດໃຫ້ພິມ df -h ເພື່ອຫາຊື່ຂອງ volume group.  ຕົວຢ່າງຊື່ vg_root. ໃຫ້ພິມ vgextend [volume group] /dev/sdaX. (ex: vgextend vg_root /dev/sda4)
  23. ເພື່ອຫາພື້ນທີ່ທັງຫມົດຂອງ free space ທີ່ສາມາດນຳໃຊ້ໄດ້ຂອງ physical volume ໃຫ້ພິມ vgdisplay [volume group] 
  24. ຂະຫຍາຍ logical volume ໂດຍໃຊ້ພື້ນທີ່ທີ່ນຳໃຊ້ໄດ້ທີ່ຖືກໂຊຂຶ້ນໃນຄຳສັ່ງກ່ອນຫນ້ານີ້ໂດຍການພິມຄຳສັ່ງ lvextend  -L+[freespace]G /dev/volgroup/volume. (ex: lvextend -L+200G /dev/vg_root/lv_root) (redhat ຫລື Centos ລຸ້ນໃຫມ່ໆ ອາດພິມເປັນ lvextend -l +100%FREE /dev/vg_root/lv_root) 
  25. ຂັ້ນຕອນສຸດທ້າຍແມ່ນເຮົາສາມາດຂະຫຍາຍ ext3 file system ໃນ logical volume ໂດຍໃຊ້ command resize2fs /dev/volgroup/volume (ex: resize2fs /dev/vg_root/lv_root). ຫລືໃຊ້ຄຳສັ່ງ xfs_growfs /dev/vg_root/lv_root ກໍໄດ້
  26. ລອງ df ເບິ່ງເພື່ອ verify ວ່າເຮົາໄດ້ພື້ນທີ່ເພີ່ມຂຶ້ນ df -h