ການເຮັດໃຫ້ໂທລະສັບເຮົາອ່ານລາວໄດ້ ໄທພ້ອມ... ຂ້າພະເຈົ້າໃຊ້ຟ້ອນຂອງ ທ່ານ ນິນ ມັນກໍ່ເລີຍບໍ່ງາມປານໃດ
ເອົາລະມາເລີ່ມກັນເລີຍ
Let´s start…
ວິທີນີ້ໃຊ້ໄດ້ກັບທຸກໆໂທລະສັບທີ່ໃຊ້ລະບົບປະຕິບັດການຊິມບ້ຽນ S60 3rd ທ່ານບໍ່ຈຳເປັນຕ້ອງແຟສເຄື່ອງໃຫມ່ ບໍ່ຕ້ອງ hack ເຟີມແວອີ່ສັງ ພຽງແຕ່ເອົາຟ້ອນໃສ່ຊື່ໆນິແຫລະ
1. ແນ່ນອນທ່ານຕ້ອງມີ Nokia S60 3rd device, ເຈ້ຍໃບຫນຶ່ງຄັນຈື່ເກັ່ງກໍ່ບໍ່ຕ້ອງເອົາ, cardreader ຫລື USB-cable ຕໍ່ກັບ computer.
2. ໄປ download explorer ທີ່ມີຄຸນສົມບັດຄົ້ນຫາຟາຍ ຫລືໄດລເລັກທໍລີ່ໃນໂທສັບທ່ານໄດ້ເຊັ່ນ Y-Browser ແລ້ວຈັດການຕິດຕັ້ງລົງໄປ
3. ແລ້ວກໍ່ເປີດ explorer ແລ້ວໄປ Z:/resource/Fonts
4. ແລ້ວທ່ານຈະເຫັນລາຍຊື່ຟ້ອນ ຮອດນີ້ທ່ານຕ້ອງຈົດໄວ້ ຖ້າຈື່ດີກໍ່ແລ້ວໄປ. ຈົດຫມົດທຸກຟ້ອນໄວ້ເດີ້ (nohindisnr60, S60ZDIGI, …)
5. ບາດນີ້ທ່ານກໍ່ຫາຟ້ອນທີ່ທ່ານຕ້ອງການຈະປ່ຽນ ໃນບົດຄວາມນີ້ແມ່ນເຮົາຢາກໃຫ້ມັນອ່ານລາວໄດ້ເຮົາກໍ່ຫາຟ້ອນລາວມາລົງ. ແລະແນ່ນອນຟ້ອນຕ້ອງເປັນ .ttf ແລະທ່ານນິນກໍ່ໄດ້ເຮັດໄວ້ແລ້ວທີ່ສາມາດອ່ານລາວແລະໄທໄດ້ ໂຫລດໄດ້ຈາກຟາຍທີ່ແນບມາ(ກໍລະນີເອົາຟ້ອນລາວມາໃສ່ມັນຊິອ່ານໄທບໍ່ໄດ້)
6. ໃນຄອມພິວເຕີ້ໃຫ້ທ່ານສ້າງຊື່ “Fonts”, ແລະກ໊ອບປີ້ຟ້ອນໄປໃສ່ໄວ້. ແລ້ວປ່ຽນຊື່ຟ້ອນຕາມທີ່ທ່ານໄດ້ຈົດໄວ້ນັ້ນແຫລະມີຈັກຟ້ອນກໍ່ກ໊ອບປີ້ແລ້ວແປງຊື່ໄປຕາມນັ້ນ (nohindisnr60, …)
7. ເອົາ memorycard ອອກມາ ຫລື ຕໍ່ໂທສັບເຂົ້າຄອມ computer ແລະເລືອກໂຫມດ data transfer.
8. ເຂົ້າ memory card (E:\) ແລ້ວສ້າງໂຟ້ນເດີ້ຊື່ resource ຖ້າມັນຢັງບໍ່ມີເທື່ອ
9. ແລ້ວກ໋ອບປີ້ໂຟ້ນເດີ້ “Fonts” ທີ່ທ່ານສ້າງໄວ້ໃນຄອມກ່ອນຫນ້ານີ້ ໃສ່ໃນ resource folder ເທິງ memory card ຂອງທ່ານ.
10. ປິດໂທສັບເອົາເມັມໃສ່ແລ້ວລອງເປີດເບີ່ງ ທ່ານຈະເຫັນສິ່ງທີ່ແຕກຕ່າງ
11. ກໍ່ລະນີບາງເຟີມແວທີ່ ມີຟ້ອນນາມສະກຸນ .ccc ມາກໍ່ໃຫ້ເຮັດຄືກັນ(ມີໃຫ້ໃນໄຟສທີ່ແນບໄວ້ໃຫ້)
Download font
!!!VERY IMPORTANT: ຢ່າປ່ຽນຟ້ອນໃນ phonememory (C:\) ເດັດຂາດ