ຊຽງຂວາງ "ດິນແດນລະເບີດ" ເມື່ອກ່ອນເຄີຍເປັນແບບນັ້ນແຕ່ດຽງນີ້ທຸກຢ່າງປ່ຽນໄປ ຄວາມຈະເລີນຕ່າງໆເຂົ້າເຖິງ ການຄົມມະນາຄົມເດີນທາງໄປມາກໍ່ສະດວກກ່ອນເກົ່າຫລາຍເມື່ອເຊົ້າວັນທີ່ ໙ ເດືອນ ໑໒ ຂ້າພະເຈົ້າໄດ້ອອກເດີນທາງຈາກ ກຳແພງນະຄອນ ອອກທາງເລກ ໑໓ ເຫນືອເຂົ້າສູ່ດິນແດນແຫ່ງການຕໍ່ສູ້ກູ້ຊາດ "ຊຽງຂວາງ” .
ມື້ທີ່ຫນື່ງ
ຫລັງຈາກອອກມາໄດ້ໃກ້ຈະຮອດວັງວຽງທາງກໍ່ມີການແປງເປັນບາງຊ່ວງໆເຮັດໃຫ້ການເດີນທາງກິນເວລາໄປຫລາຍສົມຄວນຮອດກາສີກໍ່ໄດ້ແວ່ກິນເຂົ້າ. ຫລັງຈາກອອກຈາກຫັ້ນກໍ່ຫລັບສະຫນິດຮູ້ໂຕອີກເທື່ອກໍ່ວິນຫົວເອົາແທ້ເອົາວ່າຖາມຂະເຈົ້າໃນລົດກໍ່ ບອກວ່າກາຍສາລາພູຄູນມາແລ້ວ ອ້າວເວງລືມຖ່າຍຮູບມາເລີຍບໍ່ເປັນຫຍັງເອົາແຖວໆນີກໍ່ໄດ້ ອາກາດກໍ່ເລີ່ມຫນາວໆຂື້ນຕ້ອງໄດ້ ຄົ້ນເສື້ອຢູ່ໃນຖົງອອກມາໃສ່ ເບີ່ງຕາມສອງຂ້າງທາງເຫັນຊາວບ້ານທີ່ຢູ່ຕາມແຄມທາງກໍ່ດີໃຈແທນທີ່ເຂົາເຈົ້າມີໄຟຟ້າໃຊ້ກັນຫມົດ ແລ້ວ. ກໍ່ນັ່ງລົດເບີ່ງມາຕາມທາງເຫັນປ່າໄມ້ອຸດົມສົມບູນກໍ່ຮູ້ສຶກພູມໃຈໃນໃຈເລິກໆ ວ່າບ້ານເຮົາປະເທດເຮົາກໍ່ມີປ່າໄມ້ອຸດົມສົມບູນ ຫລາຍກ່ອນບ້ານເພີ່ນເມືອງເພີ່ນ ທຸກມື້ນີ້ກໍ່ມີນັກທ່ອງທ່ຽວເຂົ້າມາຫລີ້ນໃນປະເທດເຮົາຫລາຍກໍ່ເພາະ ການທີ່ເຮົາມີ ອາກາດ ແມ່ນ້ຳ ພູຜາ ປ່າໄມ້ ທີ່ຫລາຍກ່ອນປະເທດອື່ນໆ... ເອົາແຫລະນອກເລື່ອງຫລາຍລະ ຕາມສອງຂ້າງທາງລະຫວ່າງທາງມາກໍ່ເຫັນຫຍັງ ຫລາຍໆຢ່າງ ຄືດັກນ້ອຍຕາມຊົນນະບົດຢັງຄົງຂາດໂອກາດທີ່ດີໃນດ້ານຕ່າງໆຫລາຍໆຝ່າຍຄວນເອົາ ໃຈໃສ່ອີກຫນ້ອຍຫນື່ງກໍ່ດີ (ດີກ່ອນເອົາເງິນໄປຊື້ອີ່ຫຍັງແພງໆໄລ້ສາລະຫັ້ນ ຕາອີ່ຕົນຂະເຈົ້າເນາະ....) ມາຮອດເມືອງໂພນສະຫວັນ ກໍ່ປະມານ ໖:໓ໍ0 ກໍ່ເຂົ້າ ພັກທີ່ໂຮງແຮມດອກຄູນ ທຳອິດລົງລົດມາກໍ່ເຍັນໆນ້ອຍຫນື່ງແຕ່ເວລາຢ່າງກັບມາເອົາເຄື່ອງໃນລົດໂອ່ ເທວະດາ ມັນຫນາວ ຫລາຍອາກາດກໍ່ຄືຈະປະມານ ໒໒ ຫາ ໒໓ ອົງສາ ໃສ່ເສື້ອເຂົ້າໄປອີກໂຕ ແລ້ວກໍ່ມານັ່ງພັກຫນ້ອຍຫນື່ງຫລັງຈາກນັ້ນກໍ່ ໄປຫາກິນເຂົ້າ ຕົງລົງກັນວ່າຈະໄປກິນຊີ້ນດາດ ຊື່ຮ້ານຈື່ໄວ້ວ່າແມ່ນຮ້ານ ສາວພວນ ຫຍັງຈັກຢ່າງບໍ່ຈື່ ຊີ້ນຕ່ອນບັກໃຫຍ່ ແຈ່ວກໍ່ໄດ້ບັກຫລາຍໆ ຫລັງຈາກກິນກັນສຳລານໃຈແລ້ວ ກໍ່ກັບມາຫ້ອງໂອ່ພໍແຕ່ອາບນ້ຳແລ້ວຫນາວຊິບຫາຍບໍ່ຢາກຄິດເລຍວ່າຢູ່ນອກມັນຊິຫນາວຊ່ຳໃດ໋ …. ແລະກໍ່ຮອດເວລານອນກຽມພ້ອມສຳຫລັບມື້ອື່ນ ຈະໄປບ້ານ ຫນອງແຮດ......
ມື້ທີ່ສອງ
ມື້ນີ້ລຸກປະມານແປດໂມງເຊົ້າໄປຫາກິນເຂົ້າປຽກເຂົ້າຖຽວໆບ່ອນພັກ ກໍ່ໄດ້ພົບກັບອ້າຍ ທີ່ຮູ້ຈັກກັນ ບໍ່ມີຫຍັງຫລາຍຂ້າມໆໄປ ຫລັງຈາກນັ້ນກໍ່ໄດ້ເຂົ້າໄປຍ້ຽມຢາມອ້າຍນ້ອງຫ້ອງການປ່າໄມ້ກະສິກຳປະຈຳແຂວງ ອ້າຍ, ອາວເພິ່ນໃຈດີແທ້ໆ ຕ້ອນຮັບກັນເອງ ຫລາຍໆ ອໍ່ລືມບອກໄປ ອາກາດເຊົ້ານີ້ປະມານ ໑໕ ຫາ ໑໘ ອົງສາ ຫມອກເຕັມເມືອງຂີ່ລົດໄປນຳທາງເກືອບເບີ່ງບໍ່ເຫັນລົດ ເອົາ ລະຫລັງຈາກລົມກັນພໍຫອມປາກຫອມຄໍກໍ່ກັບມາຖ້າຫົວຫນ້າຢູ່ຫ້ອງພັກເພາະວ່າເພີ່ນຈະລົງຍົນມາ ໑ ໂມງ ໓໕ ນາທີຫລັງຈາກ ໃກ້ເວລາກໍ່ໄປຖ້າເພີ່ນຢູ່ເດີ່ນບິນ ຕອນຖ້າກໍ່ໄດ້ໄປຊິມເຝີແຫ້ງ ຕອນທຳອິດກໍ່ຄິດວ່າມັນຈະບໍແຊບແຕ່ພໍກິນແລ້ວອໍ່ມັນຊ່າງແຊບອີ່ ຫລີ ພໍຮັບຫົວຫນ້າແລ້ວໆກໍ່ໄປຮັບອາວທີ່ເພີ່ນຈະພາໄປ ກໍ່ອອກເດີນທາງສູ່ບ້ານຫນອງແຮດ ລະວ່າງທາງກໍ່ໄດ້ແວ່ແປງແກລົດຢູ່ ບ້ານຄຳ ລະວ່າງທາງເຫັນບ້ານແລະການດຳລົງຊີວິດຂອງຊົນເຜົ່າຕ່າງໆ ຕາມສັງເກດເຫັນແລ້ວສ່ວນຫລາຍປະຊາຊົນແຖວນີ້ພາ ກັນປູກສາລີ ເປັນສ່ວນໃຫຍ່ແລ້ວກໍ່ມີພໍ່ຄ້າມາຮັບໄປຂາຍຢູ່ຊາຍແດນຫວຽດນາມ ຫົນທາງລະຫວ່າງການເດີນທາງກໍ່ສະດວກສະ ບາຍດີ ມີບາງຊ່ວງເຊາະເຈື່ອນຈາກການເຊື່ອມໂຊມຂອງການຕັດໄມ້ທຳລາຍປ່າ. ຫລັບໆຕື່ນໆບາດແລ້ວກໍ່ຄ້ອຍແລງເມື່ອຍຮູ້ໂຕ ອີກເທື່ອກໍ່ຮອດບ້ານພັກແລ້ວອາກາດຫນາວສຸດໆຄືຊິປະມານສິບອົງສາໄດ້. ບ້ານພັກດັ່ງກ່າວມີລັກສະນະຄ້າຍໆກັບບ້ານຕ່າງປະເທດມີເຕົາພິງໄຟພ້ອມ ເອ່....ແຕ່ແປກຢ່າງ ດຽວໄຟຟ້າບໍ່ມີແຕ່ມີສັນຍານໂທສັບ ອາດບໍ່ແມ່ນເລື່ອງແປກສຳຫລັບຄົນອື່ນແຕ່ກັບເຮົາມັນແປກອີ່ຫລີເອົາລະແລ້ວກໍ່ຮອດເວລາ ໄປກິນເຂົ້າ ເຫີ່ເຫີ່ ໃຄແຕ່ບ້ານແຖວນີ້ຂະເຈົ້າໃຊ້ຈັກໄຟຟ້າ ພໍງົມໆເຫັນນ້ອຍໆ ພໍດີ ອາວທີ່ມານຳເພີ່ນພາໄປກິນຂອງແຊບວ່າຊັ້ນ ເຮົາກໍ່ຄິດໆຢູ່ວ່າແມ່ນຫຍັງເຄື່ອງປ່າບໍ? ຫລັງຈາກຍໍອາຫານ ເຮົາກໍ່ສັງເກດເຫັນແກງຜັກກາດ ໂອ່ ເທວະດາ ຂ້າພະເຈົ້າຊັງຜັກ ແຕ່ແລ້ວກໍ່ປະຕິເສດບໍ່ໄດ້ຕັກໆດີໆໄປເຈິຕ່ອນຂາວໆ ຫຶມັນແມ່ນຕ່ອນນ້ຳມັນຫມູຕົວະນິ ເຫີ່ເຫີ່ ແກງຜັກກາດໃສ່ນ້ຳມັນຫມູ ເມບຂິງໆ ຫລັງຈາກຖາມອາວເພິ່ນກໍ່ເວົ້າໃຫ້ຟັງວ່າແມ່ນອາຫານຂອງອ້າຍນ້ອງລາວເທິງເພິ່ນ ເຮົາກໍ່ບໍ່ຣູ້ລະອຽດວ່າເປັນແນວໃດ໋ ແຕ່ກໍ່ແຊບດີ ນ້ຳຊຸບເຊບຫວານຜັກກາດດີ ແຕ່ຈັ່ງໃດ໋ເຮົາກະຢັງບໍ່ຍອມກິນຜັກ :P ກິນແລ້ວກໍ່ມານັ່ງຜິງໄຟກັບອ້າຍໆ ທີ່ມານຳກັນ ມ່ວນດີສຳຫລັບມື້ນີ້ ມື້ອື່ນກໍ່ກຽມໂຕໄປຊາຍແດນ ລາວ ຫວຽດ ມີ່ເມືອງນ້ຳກັ່ນ ເປັນແນວໃດ໋ນໍ້.....
ມື້ທີ່ສາມ
ຫົວຫນ້າເພິ່ນມາປຸກແຕ່ຫົກໂມງເຊົ້າອາກາດຕອນເຊົ້າຫນາວຫລາຍເຖິງ ສຸດໆ ກະໄດ້ປະມານ ໕ ຫາ ໗ ອົງສາໃສ່ເສື້ອໄປສີ່ໂຕ ແລ້ວກໍພາກັນອອກເດີນທາງໄປສູ່ບ້ານນ້ຳກັ່ນ ຊາຍແດນ ລາວ ຫວຽດນາມ ເພື່ອໄປຮັບ ສາດສະດາຈານຢີ່ປຸ່ນທີ່ຈະມາແຕ່ ຫວຽດນາມ ຮອດບ້ານນ້ຳກັ່ນກໍ່ປະມານເຈັດໂມງກໍ່ຢ່າງເລາະຊົມວິວຖ້າແຖວໆນັ້ນ ເພາະດ່ານເປີດ ແປດໂມງ ຫລັງຈາກຮັບຂະເຈົ້າມາແລ້ວກໍ່ກັບແລະຕົກລົງກັນວ່າຈະໄປແວ່ອາບນ້ຳຢູ່ບໍ່ນ້ຳຮ້ອນເພາະວານນີ້ພາກັນບໍ່ໄດ້ອາບນ້ຳ ຫຸຫຸ ກະມັນຫນາວນ້ຳອຸ່ນກໍ່ບໍ່ມີ ການເດີນທາງກໍ່ຫລັບໆຕື່ນໆຄືເກົ່າຫມອກກໍ່ຈາງໄປແລ້ວ ສັງເກດຕາມທາງມີຊາວບ້ານຕາມທາງບໍ່ຮູ້ຄື ກັນວ່າເຜົ່າໃດ໋ມີການຫລີ້ນທີ່ຫນ້າສົນໃຈຄືຜູ້ສາວຜູ້ບ່າວໃນຫມູ່ບ້ານນັ້ນຈະມີການຫລີ້ນໂຍນບານກັນຄືຈະໂຍນໄປມາຫາກັນບໍ່ຮູ້ ວ່າໂຍນໄປເພື່ອຫຍັງກໍ່ບໍ່ໄດ້ຖາມຄືກັນແຕ່ກໍ່ຫນ້າສົນດີ ພໍຮອດບ້ານນ້ຳຮ້ອນ ກໍ່ໄດ້ເຂົ້າໄປເບີ່ງບໍ່ນ້ຳຮ້ອນແລະໄປນອນອາບນ້ຳແຮ່ ອຸ່ນສະບາຍແລ້ວກໍ່ພາກັນໄປຕໍ່ທີ່ຖ້ຳປິວ ເປັນຖ້ຳທີ່ຫນ້າສົນໃຈຫລາຍເພາະແຕ່ຄັ້ງອະດີດຕອນສະໄຫມປົດປ່ອຍຊາດມີຊາວບ້ານ ແຖວນີ້ໄດ້ໃຊ້ເປັນບ່ອນລົບໄພແຕ່ກໍ່ບໍ່ວາຍພວກຈັກກະພັດອາເມກາສຶບຮູ້ແລະໄດ້ເອົາລະເບີດມາຖີ້ມໃສ່ຈົນເຮັດໃຫ້ຕາຍກັນໄປ ສາມຮ້ອຍກ່ວາຄົນເປັນທີ່ຫນ້າສະຫລົດໃຈຫລາຍເພາະຢ່າງເຂົ້າໄປເບີ່ງໃນຖ້ຳຢັງມີເສດສ່ວນຂອງຊາກຫັກພັງຂອງການຖືກທຳລາຍຢູ່ . ຫລັງຈາກອອກຈາກຫັ້ນຫໍ່ມຸ່ງຫນ້າກັບເມືອງໂພນສະຫວັນເຂົ້າຫ້ອງພັກ ຫາເລາະຕະຫລາດຍາມແລງກິນເຂົ້າແລ້ວກໍ່ເຂົ້າ ນອນມື້ອື່ນຕຽມໂຕຂື້ນໄປຍອດນ້ຳງື່ມ.
ມື້ທີ່ສີ່
ຫລັງຈາກລຸກແຕ່ເຊົ້າກໍ່ຫາກິນເຂົ້າແລະກຽມໂຕອອກເດີນທາງໄປຍອດນ້ຳງື່ມ ລະຫວ່າງທາງທີ່ໄປຖືວ່າໃກ້ແລະຫົນທາງກໍ່ບໍ່ຫນັກ ຫນາສາຫັດປານໃດ, ແລະແລ້ວກໍ່ໄປຮອດຍອດນ້ຳງື່ມໃຊ້ເວລາປະມານ ໕ ນາທີໃນການຍ່າງລົງໄປຮອດ. ແລະຫລັງຈາກນັ້ນກໍ່ ຢ່າງເບີ່ງພູຜາປ່າໄມ້ແຖວນັ້ນ ກໍ່ເລີ່ມອອກເດີນທາງຕໍ່ໄປເບີ່ງ ການພັດທະນາຂອງຊາວບ້ານແຖວໆນັ້ນວ່າເຮັດຫຍັງ. ປັດຈຸບັນຖື ວ່າທາງພາກລັດເພີ່ນໄດ້ເອົາໃຈໃສ່ກັບການໃຫ້ປະຊາຊົນມີອາຊີບທີ່ແນ່ນອນ(ດີໃຈນຳ) ກໍ່ມີຫລາຍໆບ້ານຫລາຍໆຄອບຄົວຖືວ່າ ເຮັດໄດ້ດີ. ຫລັງຈາກເລາະເບີ່ງແຖວນັ້ນແລ້ວກໍ່ກັບມາບ້ານໂພນສະຫວັນເພື່ອມາກິນເຂົ້າທ່ຽງແລະກໍ່ອອກເດີນທາງກັບສູ່ວັງວຽງ ເພາະມື້ອື່ນຕ້ອງໄດ້ໄປເຂື່ອນນ້ຳງື່ມສອງ ທີ່ກຳລັງສ້າງຢູ່.
ມື້ທີ່ຫ້າ
ຕື່ນຂຶ້ນມາກັບຕອນເຊົ້າຂອງເມືອງວັງວຽງເຈັບຫົວຫນ້ອຍຫນື່ງເພາະວານນີ້ເມົາກັນຫມົດຄືນມີແຕ່ os555 ທີ່ລັກໄປນອນຄົນ ດຽວ(ແຖມຕອນເຊົ້າຢັງລັກຕົດໃຫ້ຫມູ່ດົມ) ກໍ່ເລາະຫລີ້ນແຖວໆນັ້ນຫລັງຈາກນັ້ນສວຍໆກໍ່ເລີ່ມອອກເດີນທາງໄປສູ່ ເຂື່ອນນ້ຳ ງື່ມ໒ ລະຫວ່າງທາງໄປກໍ່ປະມານ 45KM ຈາກບ້ານທ່າຫີນ ພໍໄປຮອດກໍ່ຮູ້ສຶກວ່າຈະເປັນເມືອງນ້ອຍໆເມືອງຫນື່ງໄດ້ເລີຍ ເຂື່ອນນ້ຳງື່ມສອງ ຕັ້ງຢູ່ລະຫວ່າງພູຫວດແລະພູແຊຕັ້ງຢູ່ຫ່າງຈາກນະຄອນຫລວງວຽງຈັນ90 km ເປັນບໍລິສັດຄົນໄທເປັນຄົນ ສ້າງເຄື່ອງປັ່ນໄຟຟ້າແມ່ນໃຊ້ຂອງ tosiba ຄາດວ່າຈະສ້າງສຳເລັດໃນປີ ສອງພັນສິບ ແລະສາມາດນຳໃຊ້ໄດ້ໃນທ້າຍປີດັ່ງກ່າວ ເປັນຫຍັງທີ່ຫນ້າພູມໃຈແລະເສຍດາຍ....ເປັນຫຍັງຄືວ່າເສຍດາຍ ກໍ່ເບີ່ງເວລາມີການພັດທະນາມັນກໍ່ມີການທຳລາຍໄປພ້ອມໆ ກັນໃນຕອນທີ່ຂະເຈົ້າສ້າງເຂື່ອນອ້ອມແອ້ມນີ້ບໍ່ວ່າແຕ່ຄົນຕ້ອງໄດ້ຍ້າຍ ສັດສາວາສິ່ງ ຕັ້ນໄມ້ ຯລຯລະບົບນິເວດຕ່າງໆຍ່ອມມີການ ປ່ຽນແປງ ຂ້າພະເຈົ້າກໍ່ຢັງໄດ້ເອີ່ຍວາຈາກັບ OS555 ວ່າ "ມັນລະເບີດພູບ້ານເຮົາໄປຈັກຫນ່ວຍລະວະ”ນັ້ນແຫລ.......
ຮູບທັງຫມົດຢູ່ນີ້
All of picture